ໃນສີໂອນ ແລະ ໃນຄອບຄົວຂອງພວກເຮົາ, ການເຂົ້າໃຈວ່າເປັນຫຍັງໃຜບາງຄົນຈຶ່ງປະພຶດຕົວໃນລັກສະນະນັ້ນ ຈະສາມາດນໍາໄປສູ່ຄວາມເຫັນອົກເຫັນໃຈ, ແຕ່ຖ້າບໍ່ຮູ້ເຫດຜົນ, ພວກເຮົາອາດຈະເຂົ້າໃຈພວກເຂົາຜິດ, ໂກດຮ້າຍ ແລະ ໃນທີ່ສຸດຈະກາຍເປັນສັດຕູກັນ.
ນັ້ນແມ່ນເຫດຜົນທີ່ພະເຈົ້າໄດ້ຊົງເນັ້ນຢໍ້າເຖິງຄວາມສໍາຄັນຂອງຄວາມເຂົ້າໃຈ ແລະ ການຄໍານຶງເຖິງກັນແລະກັນ ແລະ ເນັ້ນຢໍ້າວ່າ “ຈົ່ງຮັກເຊິ່ງກັນແລະກັນ” ເປັນຄໍາສອນທີ່ສໍາຄັນຂອງຄໍາໝັ້ນສັນຍາໃໝ່.
ບັນດາສະມາຊິກຂອງຄິດສະຕະຈັກຂອງພະເຈົ້າ ຄິດຕຶກຕອງເຖິງຄວາມທຸກທໍລະມານ, ຄວາມເຈັບປວດ, ຄວາມອັບອາຍ ແລະ ການດູຖູກ ທີ່ພະບິດາ ແລະ ພະມານດາໄດ້ຊົງອົດທົນ ເພື່ອພວກເຂົາ ໂດຍປະຖິ້ມສະພາບມະນຸດຄົນເກົ່າ ທີ່ມີຊີວິດຢູ່ເພື່ອຕົນເອງເທົ່ານັ້ນ ແລະ ພະຍາຍາມກາຍເປັນຄົນໃໝ່ ທີ່ຄໍານຶງເຖິງກັນແລະກັນ, ຍອມໃຫ້ແກ່ກັນແລະກັນ ແລະ ປະຕິບັດຄວາມຮັກຢ່າງຈິງຈັງ.
ຝ່າຍພວກເຮົາກໍຮູ້ ແລະ ເຊື່ອຄວາມຮັກທີ່ພະເຈົ້າມີຕໍ່ພວກເຮົາ. ພະເຈົ້າເປັນຄວາມຮັກ ແລະ ພວກທີ່ມີຊີວິດຢູ່ໃນຄວາມຮັກ ກໍມີຊີວິດຢູ່ໃນການຮ່ວມເຂົ້າກັບພະເຈົ້າ; ແລະ ພະເຈົ້າກໍມີຊີວິດຢູ່ໃນການຮ່ວມເຂົ້າກັບເຂົາ. ... ຂໍ້ຄໍາສັ່ງທີ່ພະຄິດໄດ້ມອບແກ່ພວກເຮົາມີດັ່ງນີ້: ຜູ້ໃດທີ່ຮັກພະເຈົ້າຕ້ອງຮັກພີ່ນ້ອງຂອງຕົນຄືກັນ. [1 ໂຢຮັນ 4:16-21]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ