ໂດຍຜ່ານເລື່ອງລາວທີ່ພະເຈົ້າໄດ້ຊົງໃຊ້ທະຫານ 300 ຄົນຂອງກີເດໂອນ ເພື່ອເອົາຊະນະສັດຕູ 135,000 ຄົນ ແລະ ເລື່ອງລາວທີ່ໂຢຊວຍ ໄດ້ຍຶດຄອງເມືອງເຢລິໂກ ໂດຍການຍ່າງອ້ອມເມືອງ ແລະ ຮ້ອງໂຮຂຶ້ນ, ພວກເຮົາເຫັນໄດ້ວ່າ ບ່ອນໃດກໍຕາມທີ່ມີການເຊື່ອຟັງພະຄໍາຂອງພະເຈົ້າ ບ່ອນນັ້ນກໍມີການອັດສະຈັນເຊັ່ນກັນ.
ຫຼັງຈາກສະໄໝພະບິດາ ແລະ ສະໄໝພະບຸດ, ໃນສະໄໝພະວິນຍານບໍລິສຸດ, ບັນດາຜູ້ທີ່ປະຕິບັດຕາມພະຄໍາຂອງພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ທີ່ວ່າ “ຈົ່ງປະກາດຂ່າວປະເສີດແກ່ມະນຸດທຸກຄົນ. ຈົ່ງສາມັກຄີກັນໃນຄວາມຮັກ” ດ້ວຍຫົວໃຈທີ່ເຊື່ອຟັງ ຈະໄດ້ເຫັນການອັດສະຈັນ.
ແຕ່ເຈົ້າຊ້ຳມີໃຈແຂງກະດ້າງແລະດື້ດ້ານ; ສະນັ້ນແຫຼະ ເຈົ້າຈຶ່ງກໍາລັງສ້າງໂທດກໍາໄວ້ສໍາລັບຕົນເອງ ໃຫ້ໜັກຂຶ້ນອີກໃນມື້ທີ່ຄວາມໂກດຮ້າຍຂອງພະເຈົ້າ ແລະ ການຕັດສິນຢ່າງຍຸຕິທໍາຈະປະກົດໃຫ້ເຫັນ. ດ້ວຍວ່າພະເຈົ້າຈະໃຫ້ບໍາເໜັດແກ່ທຸກຄົນ ຕາມການກະທໍາຂອງເຂົາ. [ໂລມ 2:5-6]
ແລ້ວພະອົງກໍໄດ້ສັ່ງພວກເຂົາວ່າ “ຈົ່ງໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດທຸກຄົນ. ຜູ້ໃດກໍຕາມທີ່ເຊື່ອ ແລະ ຮັບບັບຕິດສະມາຈະໄດ້ພົ້ນ; ຜູ້ໃດກໍຕາມທີ່ບໍ່ເຊື່ອຈະຖືກຕັດສິນລົງໂທດ. [ມາລະໂກ 16:15-16]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ