ຂ່າວປະເສີດຂອງຄິດສະຕະຈັກຂອງພະເຈົ້າ ເຊິ່ງໄດ້ເລີ່ມຕົ້ນຢູ່ໃນສະຖານທີ່ທີ່ນ້ອຍໆ ດັ່ງຫ້ອງຊັ້ນເທິງຂອງ ມາລະໂກ ໄດ້ຈະເລີນເຕີບໃຫຍ່ຂຶ້ນ ພາຍໃຕ້ພະພອນ ແລະ ການຊົງນໍາຂອງພະເຈົ້າ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ແລະ ໃນປັດຈຸບັນນີ້ໄດ້ກາຍເປັນຄິດສະຕະຈັກທົ່ວໂລກ ທີ່ໄດ້ເຜີຍແຜ່ຂ່າວປະເສີດໄປທົ່ວໂລກ.
ຖ້າພວກເຮົາຈົມຢູ່ໃນຄວາມຄິດ ແລະ ຊີວິດທີ່ຂັດຕໍ່ພະປະສົງຂອງພະເຈົ້າ, ພວກເຮົາກໍຈະບໍ່ສາມາດຈະເລີນຮຸ່ງເຮືອງໄດ້. ຊາວອິດສະລາເອນໄດ້ເຮັດບາບ ໂດຍການສົງໄສຄວາມສາມາດຂອງພະເຈົ້າ ແມ່ນແຕ່ຫຼັງຈາກໄດ້ເຫັນການອັດສະຈັນຫຼາຍຢ່າງຂອງພະອົງ, ແຕ່ຖ້າພວກເຮົາເຫັນຄຸນຄ່າຂອງພະເຈົ້າ ຜູ້ຊົງຊ່ວຍພວກເຮົາຢູ່ສະເໝີ ພວກເຮົາກໍຈະໄດ້ຮັບພະພອນຢ່າງລົ້ນເຫຼືອ.
ໂຢບເອີຍ ບັດນີ້ຈົ່ງຄືນດີກັບພະເຈົ້າສາ ແລະ ທຸກສິ່ງກໍຈະເປັນໄປໂດຍດີສໍາລັບເຈົ້າ. ຢ່າສູ່ເຮັດກັບພະເຈົ້າຄືພະອົງເປັນສັດຕູໃດ ຖ້າເຮັດໄດ້ ພະອົງກໍຈະອວຍພອນເຈົ້າ. ຈົ່ງຮັບຄໍາສັ່ງສອນທີ່ຊົງມອບໃຫ້ເຈົ້ານັ້ນສາ ແລະ ຮັກສາພະຄໍາໄວ້ຢູ່ໃນຈິດໃຈຂອງເຈົ້າ. ຈົ່ງກັບມາຫາພະເຈົ້າດ້ວຍຄວາມຖ່ອມໃຈ ໃຫ້ທຸກຄວາມຊົ່ວສິ້ນສູນໄປຈາກເຮືອນຂອງເຈົ້າ. ຈົ່ງໂຍນຄໍາຂອງເຈົ້າຖິ້ມອອກໄປສາ ໂຍນຄໍາບໍລິສຸດທີ່ເຈົ້າມີໃສ່ຫ້ວຍທີ່ແລ້ງນ້ຳ. ຈົ່ງໃຫ້ພະເຈົ້າອົງຍິ່ງໃຫຍ່ເປັນຄໍາຂອງເຈົ້າສາ ແລະ ໃຫ້ພະອົງເປັນເງິນກອງສູງໆສໍາລັບເຈົ້າ. [ໂຢບ 22:21-25]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ