ເຫດຜົນທີ່ຜູ້ເຊື່ອຖືໃນຄິດສະຕະຈັກຕອນຕົ້ນມີຄວາມເຊື່ອຫຼາຍກວ່າ ເຖິງແມ່ນວ່າຈະປະເຊີນກັບການຂົ່ມເຫັງ ແລະ ຄວາມຍາກລໍາບາກຫຼາຍກໍຕາມ ເພາະພວກເຂົາໄດ້ເຂົ້າໃຈເຖິງຄວາມຮັກອັນຍິ່ງໃຫຍ່ຂອງພະຄິດ ຜ່ານການເສຍສະຫຼະຂອງພະອົງເທິງໄມ້ກາງແຂນ ແລະ ຄໍາໝັ້ນສັນຍາໃໝ່, ແລະ ປະກາດຂ່າວປະເສີດ ໂດຍມີຄວາມຫວັງໃນອານາຈັກສະຫວັນທີ່ນິລັນຢູ່ໃນຈິດໃຈສະເໝີ.
ໃຜກໍຕາມທີ່ດໍາເນີນຂ່າວປະເສີດເພື່ອຄວາມພໍໃຈຂອງຕົນເອງ ມັກຈະເມື່ອຍລ້າ ແລະ ຍອມແພ້ຢ່າງໄວວາ, ແຕ່ເມື່ອພວກເຮົາດໍາເນີນວຽກງານຂ່າວປະເສີດ ໂດຍຮັບຮູ້ຢ່າງເຕັມທີ່ວ່າ ພະບິດາ ພະຄິດອັນຊັງໂຮງ ແລະ ພະເຈົ້າພະມານດາ ຊົງແບກການບາບທັງໝົດຂອງພວກເຮົາ, ພວກເຮົາກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະ ຄວາມຫວັງເໝືອນດັ່ງອັກຄະທູດໂປນ.
ເພາະພະເຈົ້າຮັກໂລກຫຼາຍແທ້ ຈົນໄດ້ປະທານພະບຸດອົງດຽວຂອງພະອົງ ເພື່ອວ່າທຸກໆຄົນທີ່ເຊື່ອໃນພະບຸດນັ້ນຈະບໍ່ຕາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ.
[ໂຢຮັນ 3:16]
ໃຜຈະແຍກພວກເຮົາຈາກຄວາມຮັກຂອງພະຄິດໄດ້? ຄວາມທຸກລໍາບາກ ຫຼື ຄວາມທໍລະມານຈິດໃຈ ຫຼື ການຂົ່ມເຫັງ ຫຼື ການອຶດຫິວ ຫຼື ຄວາມຍາກຈົນເຂັນໃຈ ຫຼື ອັນຕະລາຍ ຫຼື ຄວາມຕາຍແຍກໄດ້ບໍ?...
ໂລກເບື້ອງເທິງຫຼືໂລກເບື້ອງລຸ່ມກໍດີ ບໍ່ມີສິ່ງໃດໃນການນິລະມິດສ້າງທັງສິ້ນ ຈະສາມາດແຍກພວກເຮົາຈາກຄວາມຮັກຂອງພະເຈົ້າ ເຊິ່ງເປັນຂອງພວກເຮົາໂດຍທາງພະເຢຊູຄິດເຈົ້າຂອງພວກເຮົາ.
[ໂລມ 8:35-39]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ