ພະເຢຊູໄດ້ຊົງສະແດງໃຫ້ເຫັນຢ່າງຊັດເຈນວ່າ ມະນຸດປະກອບດ້ວຍຮ່າງກາຍ ແລະ ຈິດວິນຍານ ໂດຍຜ່ານຄໍາອຸບປະມາເລື່ອງ “ເສດຖີ ກັບ ລາສາໂລ” ແລະ ສອນພວກເຮົາໃຫ້ຄິດກ່ຽວກັບ ສະຫວັນ ແລະ ນະຮົກ ບ່ອນທີ່ຈິດວິນຍານຂອງພວກເຮົາແຕ່ລະຄົນຈະຖືກສົ່ງໄປ ຫຼັງຈາກຄວາມຕາຍຂອງຮ່າງກາຍ.
ທຸກໆມື້, ສະມາຊິກຄິດສະຕະຈັກຂອງພະເຈົ້າ ດໍາເນີນຊີວິດເປັນຊາວຄິດສະຕຽນທີ່ບໍລິສຸດ ແລະ ເຫຼື້ອມໃສໃນພະເຈົ້າ, ໂດຍປະຖິ້ມສັນດານບາບຂອງພວກເຂົາ ຕາມພະຄໍາຂອງພະເຈົ້າທີ່ວ່າ ແຕ່ລະຄົນຈະຖືກຕັດສິນຕາມສິ່ງທີ່ຕົນໄດ້ເຮັດ ແລະ ຄໍາສັ່ງສອນຂອງ ພະຄິດພະອັນຊັງໂຮງ ແລະ ພະເຈົ້າ ພະມານດາ ທີ່ຊົງກ່າວວ່າ “ເປັນສິ່ງສໍາຄັນທີ່ຈະດໍາເນີນຊີວິດແຫ່ງການເຊື່ອຟັງ ແລະ ການກັບໃຈຕາມຄໍາສັ່ງສອນຂອງພະເຈົ້າ”.
ແລະ ຂ້າພະເຈົ້າໄດ້ເຫັນຄົນຕາຍ ທັງຜູ້ນ້ອຍ ແລະ ຜູ້ໃຫຍ່ ພາກັນຢືນຢູ່ຕໍ່ໜ້າບັນລັງ. ປຶ້ມຕ່າງໆກໍເປີດອອກ ແລະ ມີປຶ້ມອີກຫົວໜຶ່ງເປີດອອກ ຄືປຶ້ມທະບຽນແຫ່ງຊີວິດ. ຄົນຕາຍຖືກຕັດສິນ ຕາມການກະທໍາຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນປຶ້ມເຫຼົ່ານັ້ນ. ພະນິມິດ 20:12
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ